ປະຫວັດຄວາມເປັນມາຂອງວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ມີປະຫວັດການພັດທະນາທີ່ຍາວນານ ແລະ ມີການປັບປ່ຽນເພື່ອຕອບສະໜອງກັບຄວາມຕ້ອງການຂອງສັງຄົມໃນແຕ່ລະໄລຍະ. ສະຖາບັນແຫ່ງນີ້ໄດ້ເລີ່ມກໍ່ຕັ້ງໃນປີ 1968 ພາຍໃຕ້ຊື່ “ໂຮງຮຽນມັດທະຍົມແບບປະສົມຟ້າງຸ່ມ 4 ຫຼວງພະບາງ” , ເຊິ່ງໃນຕອນນັ້ນໄດ້ເປີດການສອນ 4 ສາຂາວິຊາຄື: ກະເສດສາດ, ເຄຫະກຳສິນ, ອຸດສາຫະກຳສິນ, ແລະ ພານິດສະກຳສິນ.
ຕະຫຼອດໄລຍະເວລາທີ່ຜ່ານມາ, ວິທະຍາໄລໄດ້ມີການປ່ຽນແປງທີ່ສຳຄັນດັ່ງນີ້:
- ປີ 1975: ໄດ້ປ່ຽນມາເປັນ ໂຮງຮຽນມັດທະຍົມສາມັນສຶກສາ.
- ປີ 1978: ໄດ້ປ່ຽນເປັນໂຮງຮຽນສ້າງຄູຊັ້ນຕົ້ນຂອງແຂວງຫຼວງພະບາງ.
- ປີ 1980: ໄດ້ປ່ຽນເປັນໂຮງຮຽນການຊ່າງຊັ້ນຕົນ.
- ປີ 2000: ໄດ້ປ່ຽນເປັນໂຮງຮຽນເຕັກນິກ-ວິຊາຊິບ ຫຼວງພະບາງ.
- ປີ 2015: ໄດ້ຮັບການຍົກລະດັບ ແລະ ປ່ຽນຊື່ມາເປັນ “ວິທະຍາໄລເຕັກນິກ-ວິຊາຊິບ ຫຼວງພະບາງ” ແລະ ໄດ້ໃຊ້ຊື່ນີ້ຈົນເຖິງປັດຈຸບັນ.
ໃນມື້ນີ້, ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ
ໄດ້ກາຍເປັນສະຖາບັນການສຶກສາສາຍອາຊີບຊັ້ນນຳ, ໂດຍມີຈຸດເດັ່ນທາງດ້ານທີ່ຕັ້ງ ເຊິ່ງຢູ່ໃຈກາງເມືອງມໍລະດົກໂລກຫຼວງພະບາງ ແລະ ເປັນຈຸດສູນກາງຂອງບັນດາແຂວງພາກເໜືອ. ວິທະຍາໄລຍັງຄົງສືບຕໍ່ພາລະກິດໃນການສ້າງ ແລະ ພັດທະນາບຸກຄະລາກອນວິຊາຊີບໃຫ້ເປັນພົນລະເມືອງດີ ແລະ ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ພາກພື້ນ.
