ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ ຂໍຖືເປັນກຽດແຈ້ງການເປີດຮັບສະໝັກນັກສຶກສາໃໝ່ ສົກຮຽນ 2025-2026!

ກຳນົດເວລາການຮັບສະໝັກ:

  • ລະບົບຄູ່ຂະໜານ (ນັກຮຽນຊັ້ນ ມ.5): ເປີດລົງທະບຽນຮຽນ ຮອດ ວັນທີ 14 – 25 ກໍລະກົດ 2025.
  • ລະບົບຊັ້ນກາງ (9+3): ເລີ່ມຂາຍຄຳຮ້ອງສະໝັກ ແລະ ຈ່າຍຄ່າລົງທະບຽນຮຽນ ແຕ່ວັນທີ 14 ກໍລະກົດ 2025 ຫາ ວັນທີ 29 ສິງຫາ 2025.
  • ລະບົບຊັ້ນກາງ (12+2) ແລະ ຊັ້ນສູງ (12+3): ເລີ່ມຂາຍຄຳຮ້ອງສະໝັກ ແລະ ຈ່າຍຄ່າລົງທະບຽນຮຽນ ແຕ່ວັນທີ 14 ກໍລະກົດ 2025 ຫາ ວັນທີ 30 ກັນຍາ 2025.

ກຳນົດເວລາເປີດການຮຽນ-ການສອນ:

  • ວັນທີ 01 ກັນຍາ 2025: ສຳລັບນັກສຶກສາ ປີ1 ຊັ້ນກາງ (9+3), ຊັ້ນຕົ້ນ ລະດັບ3 ນັກຮຽນຊັ້ນ ມ.5 (9+2), ນັກສຶກສາ ປີ 2 ແລະ ປີ 3 ທຸກລະບົບ.
  • ວັນທີ 06 ຕຸລາ 2025: ສຳລັບນັກສຶກສາ ປີ 1 ຊັ້ນສູງ (12+3) ແລະ ຊັ້ນກາງ (12+2).

ເວລາຊື້ຄຳຮ້ອງ ແລະ ລົງທະບຽນ:

  • ວັນຈັນ – ວັນສຸກ:
    • ຕອນເຊົ້າ: 8:30 – 11:30 ໂມງ
    • ຕອນບ່າຍ: 11:30 – 16:00 ໂມງ

ສະຖານທີ່:

  • ລົງທະບຽນເຂົ້າຮຽນ ແມ່ນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ, ບ້ານຄອຍ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

ເອກະສານປະກອບການລົງທະບຽນເຂົ້າຮຽນ:

  • ໃບຄຳຮ້ອງສະໝັກເຂົ້າຮຽນຂອງວິທະຍາໄລ
  • ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ
  • ສຳເນົາໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນຈົບ ມ.4/ມ.7 (ຖືສະບັບແທ້ມາຢັ້ງຢືນ)
  • ຊີວະປະຫວັດຕົນເອງ
  • ຮູບ 3×4 ຈຳນວນ 2 ແຜ່ນ
  • ຖ້າເປັນພະນັກງານແມ່ນເອົາໃບຢັ້ງຢືນຈາກກົມກອງມາພ້ອມ.
  • ສຳລັບຜູ້ທີ່ຕ້ອງການສະໝັກເຂົ້າຮຽນຊັ້ນສູງຕໍ່ເນື່ອງ ລະບົບ (12+2+1) ແລະ ລະບົບ (9+3+2): ໃຫ້ຖືປະກາສະນີຍະບັດ, ໃບຄະແນນຈົບຊັ້ນກາງມາພ້ອມ (ຍົກເວັ້ນນັກສຶກສາຂອງວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງທີ່ຈົບໃນສົກຮຽນ 2025-2026).

ສາຂາວິຊາຮຽນ (ລາຍລະອຽດເພີ່ມຕື່ມສາມາດເບິ່ງໄດ້ຈາກແບບຟອມສະໝັກ):

  • ຫຼັກສູດຊັ້ນກາງ (9+3) ຮຽນ 3 ປີ ສຳລັບນັກຮຽນ ມ.4 ຫຼື ທຽບເທົ່າ.
  • ຫຼັກສູດຊັ້ນກາງ (12+2) ຮຽນ 2 ປີ ສຳລັບນັກຮຽນ ມ.7 ຫຼື ທຽບເທົ່າ.
  • ຫຼັກສູດຊັ້ນສູງ (12+3) ຮຽນ 3 ປີ ສຳລັບນັກຮຽນ ມ.7 ຫຼື ທຽບເທົ່າ.
  • ສາຂາວິຊາທີ່ສະໝັກເຂົ້າຮຽນຊັ້ນສູງຕໍ່ເນື່ອງ ລະບົບ (12+2+1) ຮຽນ 1 ປີ ແລະ ລະບົບ (9+3+2) ຮຽນ 2 ປີ ສຳລັບຜູ້ຮຽນຈົບຊັ້ນກາງ.

ດາວໂຫລດແບບຟອມສະໝັກໄດ້ທີ່ນີ້:

🔔 ດາວໂຫລດໃບຄຳຮ້ອງສະໝັກເຂົ້າຮຽນໄດ້ແລ້ວ! 🔔 (1675 downloads )

ສອບຖາມຂໍ້ມູນເພີ່ມເຕີມ:

  • ໂທລະສັບຕັ້ງໂຕະ: 071 212 020
  • ທ່ານ ອ໋ອດຄຳ ພິມເຮືອງສີ: 020 9415 6965
  • ທ່ານ ແກ່ນແກ້ວ ວິໄລຈິດ: 020 5235 4575
  • ຕິດຕາມທາງ Webpage (Facebook): ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ຫຼື http://www.ltvc.edu.la/

ຂໍເຊີນຊວນພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່-ຜູ້ປົກຄອງນັກຮຽນ ທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4), ຕອນປາຍ (ມ.7) ຫຼື ທຽບເທົ່າ ສົ່ງລູກຫຼານເຂົ້າຮຽນຕາມຫຼັກສູດນີ້.

Leave a Comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *