ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ເປີດຮັບສະໝັກນັກຮຽນທີ່ຈົບຊັ້ນ ມ.4 ເຂົ້າສຶກສາຕໍ່ຊັ້ນ ມ.5 ໃນສົກຮຽນ 2025-2026 ກັບຫຼັກສູດ “ສາມັນ-ວິຊາຊີບ” ທີ່ດີທີ່ສຸດ!

✨ຮຽນຈົບໄດ້ 2 ວຸດທິພ້ອມກັນ! ✨

✅ ໃບປະກາດຈົບຊັ້ນມັດທະຍົມສຶກສາຕອນປາຍ

✅ ໃບປະກາດນີຍະບັດວິຊາຊີບຕິດໂຕ ພ້ອມສະໝັກວຽກໄດ້ທັນທີ

ເລືອກສ້າງອາຊີບທີ່ຕົນເອງມັກໄດ້ເຖິງ 7 ສາຂາທີ່ທັນສະໄໝ ແລະ ເປັນທີ່ຕ້ອງການຂອງຕະຫຼາດ:

🖥️ ຊ່າງເຕັກນິກເຄືອຂ່າຍດ້ານຄອມພິວເຕີ

🛜 ຊ່າງຕິດຕັ້ງ ແລະ ສ້ອມແປງອຸປະກອນເຕັກໂນໂລຊີ-ການສື່ສານ

🎨 ຊ່າງອອກແບບກຣາບຟິກ ແລະ ສື່

🖥️ ການສ້ອມແປງຄອມພິວເຕີ

🔌 ຊ່າງຕິດຕັ້ງໄຟຟ້າໃນອາຄານ

📦 ການຂົ່ນສົ່ງສິນຄ້າ (Logistics)

🛒 ການຄ້າເອເລັກໂຕຣນິກ (E-commerce)

ທີ່ສຳຄັນ! ຮຽນຟຣີ! ພ້ອມນະໂຍບາຍອຸດໜູນຄົບຊຸດ:

✅ ມີທີ່ພັກໃຫ້ຟຣີ ຕະຫຼອດການຮຽນ

✅ ມີເງິນອຸດໜູນເບ້ຍລ້ຽງໃຫ້ 1,200,000 ກີບ/ເດືອນ (ເປັນເວລາ 4 ເດືອນ/ປີ)

✅ ມີເງິນຄ່າເດີນທາງ, ຄ່າປະກັນສຸຂະພາບ ແລະ ເຄື່ອງແບບໃຫ້ຄົບ

ເປີດຮັບສະໝັກຕັ້ງແຕ່ມື້ນີ້ – 18 ກໍລະກົດ 2025.

ສຳລັບນ້ອງໆນັກຮຽນ ຫຼື ຜູ້ປົກຄອງທີ່ສົນໃຈ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:

☎️ 020 94156965, 020 52354575, 020 54516323

ຢ່າພາດໂອກາດທີ່ຈະໄດ້ທັງຄວາມຮູ້ສາມັນ ແລະ ວິຊາຊີບຕິດໂຕ!

#ຮັບສະໝັກນັກຮຽນ#ຮຽນຕໍ່ມ5#ສາມັນວິຊາຊີບ#ຮຽນຕໍ່ສາຍອາຊີບ#ຮຽນຟຣີ#ຈົບແລ້ວມີວຽກເຮັດ#ວຕວຫຼວງພະບາງ#ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ#LaoPSG#ຫຼວງພະບາງ

Leave a Comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *