ສູນລວມຂໍ້ມູນດ້ານອາຊີບ
ສູນລວມຄວາມພ້ອມດ້ານອາຊີບ ສະໜອງຂໍ້ມູນເພື່ອຊ່ວຍນັກຮຽນ ໃນການເລືອກເສັ້ນທາງອາຊີບ ທີ່ເໝາະສົມກັບພວກເຂົາ. ສູນລວມດັ່ງກ່າວນີ້ ສະໜອງ ແບບທົດສອບຄວາມຖະໜັດ ແບບອອນລາຍ, ບັນດາຄຸນລັກສະນະຂອງວຽກໃນອາຊີບຕ່າງໆ ຂອງການຮຽນວິຊາຊີບ ແບບ ອສຄ ແລະ ບັນດາ ລິ້ງ ແລະ ແຫຼ່ງຂໍ້ມູນທີ່ເປັນປະໂຫຍດຕ່າງໆ.
ແບບທົດສອບຄວາມຖະໜັດດ້ານອາຊີບ (OASA)
ແບບທົດສອບ ຄວາມຖະໜັດດ້ານອາຊີບດ້ວຍຕົນເອງ (OASA)
ແບບທົດສອບຄວາມຖະໜັດດ້ານອາຊີບດ້ວຍຕົນເອງ (OASA) ແມ່ນການທົດສອບ ອອນລາຍ ສໍາລັບໄວໜຸ່ມ. ມັນໄດ້ຖືກອອກແບບມາ ເພື່ອຊ່ວຍໃຫ້ເຈົ້າເຂົ້າໃຈວ່າ ອາຊີບໃດທີ່ອາດຈະເໝາະສົມສໍາລັບເຈົ້າ ໂດຍອີງໃສ່ສິ່ງທີ່ເຈົ້າມັກ ແລະ ວິທີທີ່ເຈົ້າສະແດງອອກ. ມັນຊ່ວຍໃຫ້ເຈົ້າເຂົ້າໃຈກ່ຽວກັບໂຕເຈົ້າເອງດີຂຶ້ນກວ່າເກົ່າ ແລະ ເລືອກເສັ້ນທາງການສຶກສາ ແລະ ສາຍອາຊີບ ທີ່ຖືກຕ້ອງ.
OASA ຍັງເປັນແບບທົດສອບທີ່ສະດວກ ສໍາລັບຜູ້ໃຫ້ຄໍາປຶກສາດ້ານອາຊີບ ເພື່ອຊ່ວຍເຫຼືອ ແລະ ໃຫ້ທິດຊີ້ນໍານັກຮຽນ. ມັນສາມາດນໍາໃຊ້ໄດ້ຢູ່ໃນຫຼາຍສະຖານະການ ເຊັ່ນ ການໂຄສະນາສົ່ງເສີມເພື່ອຮັບນັກຮຽນເຂົ້າຮຽນ, ງານຕະຫຼາດນັດດ້ານອາຊີບ ແລະ ການໃຫ້ຄໍາປຶກສານັກຮຽນ. ສໍາລັບຂໍ້ມູນ ແລະ ຄໍາແນະນໍາເພີ່ມເຕີມ, ກະລຸນາ ເບິ່ງວິດິໂອສັ້ນ ຫຼື ດາວໂຫຼດ “ເອກະສານແນະນໍາກ່ຽວກັບ OASA ສໍາລັບຜູ້ໃຫ້ຄໍາປຶກສາດ້ານອາຊີບ”
ໝາຍເຫດ: ບໍ່ໄດ້ເກັບກໍາຂໍ້ມູນສ່ວນຕົວໃນລະຫວ່າງການທົດສອບ
ໃບແນະນຳອາຊີບ
ແຫຼ່ງຂໍ້ມູນທີ່ເປັນປະໂຫຍດ
ຄົ້ນຫາສາຍອາຊີບຂອງເຈົ້າ
