ນະໂຍບາຍຄວາມເປັນສ່ວນຕົວ (Privacy Policy)
ມີຜົນບັງຄັບໃຊ້ວັນທີ: 20 ມິຖຸນາ 2025
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ (“ພວກເຮົາ”, “ວິທະຍາໄລ”) ໃຫ້ຄວາມສຳຄັນກັບການປົກປ້ອງຄວາມເປັນສ່ວນຕົວຂອງທຸກທ່ານທີ່ເຂົ້າມາຢ້ຽມຊົມ ແລະ ໃຊ້ງານເວັບໄຊຂອງພວກເຮົາ (https://ltvc.edu.la/). ນະໂຍບາຍນີ້ອະທິບາຍວິທີທີ່ພວກເຮົາເກັບກຳ, ນຳໃຊ້, ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ.
-
ຂໍ້ມູນທີ່ພວກເຮົາເກັບກຳ
ພວກເຮົາອາດເກັບກຳຂໍ້ມູນປະເພດຕ່າງໆດັ່ງນີ້:
- ຂໍ້ມູນທີ່ທ່ານສະໜອງໃຫ້ໂດຢົດຣົງ: ເຊັ່ນ ຊື່, ອີເມວ, ເບີໂທລະສັບ, ແລະ ຂໍ້ມູນອື່ນໆ ເມື່ອທ່ານຕື່ມແບບຟອມຕິດຕໍ່ສອບຖາມ, ແບບຟອມສະໝັກຮຽນ, ຫຼື ລົງທະບຽນເຂົ້າຮ່ວມກິດຈະກຳຕ່າງໆຜ່ານເວັບໄຊ.
- ຂໍ້ມູນການໃຊ້ງານທີ່ເກັບກຳໂດຍອັດຕະໂນມັດ: ເຊັ່ນ ໝາຍເລກ IP Address, ປະເພດຂອງໂປຣແກຣມທ່ອງເວັບ (Browser), ໜ້າເວັບທີ່ທ່ານເຂົ້າເບິ່ງ, ເວລາທີ່ໃຊ້ໃນແຕ່ລະໜ້າ, ແລະ ຂໍ້ມູນທາງເທັກນິກອື່ນໆ.
-
ພວກເຮົາໃຊ້ຂໍ້ມູນຂອງທ່ານແນວໃດ?
ພວກເຮົາໃຊຂໍ້ມູນທີ່ເກັບກຳມາເພື່ອຈຸດປະສົງຕໍ່ໄປນີ້:
- ເພື່ອຕອບຄຳຖາມ ແລະ ໃຫ້ບໍລິການຕາມຄຳຮ້ອງຂໍຂອງທ່ານ.
- ເພື່ອດຳເນີນການກ່ຽວກັບການສະໝັກຮຽນ ແລະ ການລົງທະບຽນຕ່າງໆ.
- ເພື່ອສົ່ງຂ່າວສານ, ປະກາດ, ແລະ ຂໍ້ມູນກ່ຽວກັບວິທະຍາໄລທີ່ທ່ານອາດສົນໃຈ.
- ເພື່ອປັບປຸງ ແລະ ພັດທະນາການໃຫ້ບໍລິການ ແລະ ເນື້ອໃນໃນເວັບໄຊຂອງພວກເຮົາ.
- ເພື່ອຄຸ້ມຄອງ ແລະ ຮັກສາຄວາມປອດໄພຂອງລະບົບເວັບໄຊ.
-
ການໃຊ້ຄຸກກີ້ (Cookies)
ເວັບໄຊຂອງພວກເຮົາອາດໃຊ້ຄຸກກີ້ ເພື່ອຊ່ວຍຈົດຈຳຂໍ້ມູນບາງຢ່າງກ່ຽວກັບການເຂົ້າຊົມຂອງທ່ານ, ເຮັດໃຫ້ການເຂົ້າໃຊ້ເວັບໄຊໃນຄັ້ງຕໍ່ໄປສະດວກຂຶ້ນ ແລະ ຊ່ວຍໃຫ້ພວກເຮົາສາມາດວິເຄາະສະຖິຕິການເຂົ້າຊົມເພື່ອປັບປຸງເວັບໄຊ. ທ່ານສາມາດຕັ້ງຄ່າບຣາວເຊີຂອງທ່ານໃຫ້ປະຕິເສດຄຸກກີ້ໄດ້.
-
ການເປີດເຜີຍຂໍ້ມູນໃຫ້ບຸກຄົນທີສາມ
ພວກເຮົາຈະບໍ່ຂາຍ, ແລກປ່ຽນ, ຫຼື ສົ່ງຕໍ່ຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບບຸກຄົນພາຍນອກ ໂດຍບໍ່ໄດ້ຮັບການຍິນຍອມຈາກທ່ານ, ຍົກເວັ້ນໃນກໍລະນີຕໍ່ໄປນີ້:
- ເພື່ອປະຕິບັດຕາມຂໍ້ກຳນົດຂອງກົດໝາຍ.
- ເພື່ອປົກປ້ອງຄວາມປອດໄພຂອງວິທະຍາໄລ ແລະ ສາທາລະນະ.
-
ການຮັກສາຄວາມປອດໄພຂອງຂໍ້ມູນ
ພວກເຮົາມີມາດຕະການທີ່ເໝາະສົມທາງດ້ານເທັກນິກ ແລະ ການຈັດການ ເພື່ອປ້ອງກັນການເຂົ້າເຖິງ, ການນຳໃຊ້, ຫຼື ການເປີດເຜີຍຂໍ້ມູນຂອງທ່ານໂດຍບໍ່ໄດ້ຮັບອະນຸຍາດ.
-
ສິດທິຂອງທ່ານ
ທ່ານມີສິດທິໃນການເຂົ້າເຖິງ, ແກ້ໄຂ, ຫຼື ລຶບຂໍ້ມູນສ່ວນຕົວຂອງທ່ານທີ່ຢູ່ໃນລະບົບຂອງພວກເຮົາ. ຖ້າທ່ານຕ້ອງການໃຊ້ສິດທິດັ່ງກ່າວ, ກະລຸນາຕິດຕໍ່ພວກເຮົາຕາມຂໍ້ມູນດ້ານລຸ່ມ.
-
ການປ່ຽນແປງນະໂຍບາຍ
ພວກເຮົາອາດມີການປັບປຸງນະໂຍບາຍຄວາມເປັນສ່ວນຕົວນີ້ເປັນບາງຄັ້ງຄາວ. ທຸກການປ່ຽນແປງຈະມີຜົນບັງຄັບໃຊ້ທັນທີທີ່ໄດ້ເຜີຍແຜ່ລົງໃນໜ້າເວັບໄຊນີ້.
-
ການຕິດຕໍ່ພວກເຮົາ
ຫາກທ່ານມີຄຳຖາມ ຫລື ຂ້ອດງສັຍກ່ຽວກັບນະໂຍບາຍຄວາມເປັນສ່ວນຕັວນີ້, ກະລຸນາຕິດຕໍ່ເຮົາໄດ້ທີ່:
- ທີ່ຢູ່: ບ້ານ ຄອຍ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ສປປ ລາວ
- ໂທລະສັບ: 071 212 020
- ອີເມນ: [email protected]
