ວິໄສທັດ ( VISION )
ສ້າງ ແລະ ພັດທະນາ ບຸກຄະລາກອນວິຊາຊີບໃຫ້ເປັນພົນລະເມືອງດີມີຄຸນນະພາບສອດຄ່ອງກັບການພັດທະນາ ເສດຖະກິດສັງຄົມ ໃນແຕ່ລະໄລຍະ ທັງພາຍໃນ ແລະ ພາກພື້ນ.
ພາລະກິດ ( Mission)
1
ຍົກລະດັບທາງດ້ານການເມືອງ – ແນວຄິດ, ວິຊາສະເພາະ, ວິຊາຄູ ແລະ ພາສາຕ່າງປະເທດໃຫ້ແກ່ພະນັກງານຄູ – ອາຈານມີປະສົບການສູງຂຶ້ນ.
2
ພັດທະນາລະບົບການບໍລິຫານ ແລະ ການຄຸ້ມຄອງ ໂດຍການນໍາໃຊ້ລະບົບ ICT.
3
ພັດທະນາຫຼັກສູດການຮຽນ – ການສອນ ຢ່າງເປັນລະບົບເພື່ອຊ່ວຍສ້າງຜະລິດຕະພັນ ແລະ ສົ່ງເສີມການສ້າງນະວັດຕະກໍາໃຫ້ເປັນທີ່ ຍອມ ຮັບທັງພາຍໃນ ແລະ ພາກພື້ນ.
4
ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ, ສິ່ງແວດລ້ອມໃຫ້ໄດ້ຕາມຫຼັກ 5 ສໍ ອາຊີວະສຶກສາ.
5
ສ້າງເຄືອຂ່າຍຄວາມຮ່ວມມືກັບສະຖານປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂອກາດທາງດ້ານ ການສຶກສາວິຊາຊີບຢ່າງກ້ວາງຂວາງ.
