ກຳນົດເວລາການຮັບສະໝັກ:
- ລະບົບຄູ່ຂະໜານ (ນັກຮຽນຊັ້ນ ມ.5): ເປີດລົງທະບຽນຮຽນ ຮອດ ວັນທີ 14 – 25 ກໍລະກົດ 2025.
- ລະບົບຊັ້ນກາງ (9+3): ເລີ່ມຂາຍຄຳຮ້ອງສະໝັກ ແລະ ຈ່າຍຄ່າລົງທະບຽນຮຽນ ແຕ່ວັນທີ 14 ກໍລະກົດ 2025 ຫາ ວັນທີ 29 ສິງຫາ 2025.
- ລະບົບຊັ້ນກາງ (12+2) ແລະ ຊັ້ນສູງ (12+3): ເລີ່ມຂາຍຄຳຮ້ອງສະໝັກ ແລະ ຈ່າຍຄ່າລົງທະບຽນຮຽນ ແຕ່ວັນທີ 14 ກໍລະກົດ 2025 ຫາ ວັນທີ 30 ກັນຍາ 2025.
ກຳນົດເວລາເປີດການຮຽນ-ການສອນ:
- ວັນທີ 01 ກັນຍາ 2025: ສຳລັບນັກສຶກສາ ປີ1 ຊັ້ນກາງ (9+3), ຊັ້ນຕົ້ນ ລະດັບ3 ນັກຮຽນຊັ້ນ ມ.5 (9+2), ນັກສຶກສາ ປີ 2 ແລະ ປີ 3 ທຸກລະບົບ.
- ວັນທີ 06 ຕຸລາ 2025: ສຳລັບນັກສຶກສາ ປີ 1 ຊັ້ນສູງ (12+3) ແລະ ຊັ້ນກາງ (12+2).
ເວລາຊື້ຄຳຮ້ອງ ແລະ ລົງທະບຽນ:
- ວັນຈັນ – ວັນສຸກ:
- ຕອນເຊົ້າ: 8:30 – 11:30 ໂມງ
- ຕອນບ່າຍ: 11:30 – 16:00 ໂມງ
ສະຖານທີ່:
- ລົງທະບຽນເຂົ້າຮຽນ ແມ່ນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ, ບ້ານຄອຍ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.
ເອກະສານປະກອບການລົງທະບຽນເຂົ້າຮຽນ:
- ໃບຄຳຮ້ອງສະໝັກເຂົ້າຮຽນຂອງວິທະຍາໄລ
- ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ
- ສຳເນົາໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນຈົບ ມ.4/ມ.7 (ຖືສະບັບແທ້ມາຢັ້ງຢືນ)
- ຊີວະປະຫວັດຕົນເອງ
- ຮູບ 3×4 ຈຳນວນ 2 ແຜ່ນ
- ຖ້າເປັນພະນັກງານແມ່ນເອົາໃບຢັ້ງຢືນຈາກກົມກອງມາພ້ອມ.
- ສຳລັບຜູ້ທີ່ຕ້ອງການສະໝັກເຂົ້າຮຽນຊັ້ນສູງຕໍ່ເນື່ອງ ລະບົບ (12+2+1) ແລະ ລະບົບ (9+3+2): ໃຫ້ຖືປະກາສະນີຍະບັດ, ໃບຄະແນນຈົບຊັ້ນກາງມາພ້ອມ (ຍົກເວັ້ນນັກສຶກສາຂອງວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງທີ່ຈົບໃນສົກຮຽນ 2025-2026).
ສາຂາວິຊາຮຽນ (ລາຍລະອຽດເພີ່ມຕື່ມສາມາດເບິ່ງໄດ້ຈາກແບບຟອມສະໝັກ):
- ຫຼັກສູດຊັ້ນກາງ (9+3) ຮຽນ 3 ປີ ສຳລັບນັກຮຽນ ມ.4 ຫຼື ທຽບເທົ່າ.
- ຫຼັກສູດຊັ້ນກາງ (12+2) ຮຽນ 2 ປີ ສຳລັບນັກຮຽນ ມ.7 ຫຼື ທຽບເທົ່າ.
- ຫຼັກສູດຊັ້ນສູງ (12+3) ຮຽນ 3 ປີ ສຳລັບນັກຮຽນ ມ.7 ຫຼື ທຽບເທົ່າ.
- ສາຂາວິຊາທີ່ສະໝັກເຂົ້າຮຽນຊັ້ນສູງຕໍ່ເນື່ອງ ລະບົບ (12+2+1) ຮຽນ 1 ປີ ແລະ ລະບົບ (9+3+2) ຮຽນ 2 ປີ ສຳລັບຜູ້ຮຽນຈົບຊັ້ນກາງ.
ດາວໂຫລດແບບຟອມສະໝັກໄດ້ທີ່ນີ້:
🔔 ດາວໂຫລດໃບຄຳຮ້ອງສະໝັກເຂົ້າຮຽນໄດ້ແລ້ວ! 🔔 (1675 downloads )ສອບຖາມຂໍ້ມູນເພີ່ມເຕີມ:
- ໂທລະສັບຕັ້ງໂຕະ: 071 212 020
- ທ່ານ ອ໋ອດຄຳ ພິມເຮືອງສີ: 020 9415 6965
- ທ່ານ ແກ່ນແກ້ວ ວິໄລຈິດ: 020 5235 4575
- ຕິດຕາມທາງ Webpage (Facebook): ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ຫຼື http://www.ltvc.edu.la/
ຂໍເຊີນຊວນພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່-ຜູ້ປົກຄອງນັກຮຽນ ທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4), ຕອນປາຍ (ມ.7) ຫຼື ທຽບເທົ່າ ສົ່ງລູກຫຼານເຂົ້າຮຽນຕາມຫຼັກສູດນີ້.




