![2](https://ltvc.edu.la/wp-content/uploads/2023/10/2-1.jpg)
ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທາງວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ (LTVC) ໄດ້ເປີດກອງປະຊຸມຝຶກອົບຮົມ "ອາຊີວະສີຂຽວ" ( Green TVET ) ຊຸດທີ່ 3 ໃນລະຫວ່າງວັນທີ 16 - 19 ຕຸລາ 2023 ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ. ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ອ່ອນຈັນ ແສງຄຳ ຮອງຜູ້ອຳນວຍການວິທະຍາໄລ, ໄດ້ມີວິທະຍາກອນຈາກວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ 2 ທ່ານ, ນັກສຳມະນາກອນຄູ - ອາຈານພາຍໃນວິທະຍາໄລ ແລະ ນັກສຶກສາຈາກບັນດາພາກວິຊາຂອງວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ ເຂົ້າຮ່ວມ
![5](https://ltvc.edu.la/wp-content/uploads/2023/10/5-1.jpg)
#ltvc#VELA#GreenTVET#DCT#DCTSC#ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ