ກ່ຽວກັບພວກເຮົາ
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ
- ທີ່ຕັ້ງ, ພາລະບົດບາດ
ວິທະຍາໄລ ເຕັກນິກ – ວິຊາຊີບ ຫລວງພະບາງ ແມ່ນໜຶ່ງໃນສະຖານການສຶກສາ ແລະ ຝຶກອົບຮົມວິຊາຊີບແຫ່ງຕ່າງໆໃນຂອບເຂດທົ່ວປະເທດ, ມີທີ່ຕັ້ງຢູ່ ທີ່ບ້ານຄອຍ ນະຄອນ – ຫຼວງພະບາງ ແຂວງ ຫຼວງພະບາງ, ທາງດ້ານງົບປະມານ ແລະ ດ້ານວິຊາການ ແມ່ນຂຶ້ນກັບ ກະຊວງສຶກສາທິການ ແລະ ກິລາ, ດ້ານກົງຈັກ ການຈັດຕັ້ງ ວິທະຍາໄລປະກອບມີ ຄະນະອຳນວຍການຈຳນວນ 03 ທ່ານ, ມີ 03 ພະແນກການທີ່ເຮັດໜ້າທີ່ວຽກງານປິ່ນອ້ອມເປັນເສນາທິການໃຫ້ແກ່ຄະນະອຳນວຍການ ໃນການບໍລິຫານວຽກງານການຮຽນ – ການສອນ ແລະ ປະກອບມີ 05 ພາກວິຊາ ແລະ 01 ສູນຝຶກອົບຮົມ.
ຫຼັກສູດທີ່ຫຼາກຫຼາຍ ແລະ ຄົບວົງຈອນ
ພວກເຮົາສະໜອງຫຼັກສູດການຮຽນ-ການສອນທີ່ຫຼາກຫຼາຍ, ຄອບຄຸມຫຼາຍລະດັບ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງນັກສຶກສາ:
- ຫຼັກສູດວິຊາຊີບຊັ້ນຕົ້ນ (C1 – C3)
- ຫຼັກສູດວິຊາຊີບຊັ້ນກາງ (9+3 / 12+2)
- ຫຼັກສູດວິຊາຊີບຊັ້ນສູງ (12+3)
- ຫຼັກສູດວິຊາຊີບຊັ້ນສູງຕໍ່ເນື່ອງ (9+3+2, 12+2+1)
ບັນດາຫຼັກສູດເຫຼົ່ານີ້ຖືກຈັດຢູ່ໃນ 5 ພາກວິຊາຫຼັກ ຄື:
- ພາກວິຊາອຸດສາຫະກຳ
- ພາກວິຊາບໍລິການ-ທຸລະກິດ
- ພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ
- ພາກວິຊາກໍ່ສ້າງ-ເຄຫາສະຖານ
- ພາກວິຊາເຕັກໂນໂລຊີໄຟຟ້າ
ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຮຽນຮູ້
ວິທະຍາໄລຂອງພວກເຮົາມີສິ່ງອຳນວຍຄວາມສະດວກທີ່ຄົບຊຸດ ເພື່ອສະໜັບສະໜູນການຮຽນຮູ້ທັງພາກທິດສະດີ ແລະ ການລົງມືປະຕິບັດຕົວຈິງ, ເຊິ່ງປະກອບມີ: ອາຄານຮຽນ, ຫ້ອງສະໝຸດ, ຫ້ອງຄອມພິວເຕີ, ໂຮງຝຶກປະຕິບັດ, ຫໍພັກ ແລະ ຫ້ອງອາຫານ. ນອກຈາກນີ້, ພວກເຮົາຍັງສົ່ງເສີມການພັດທະນາຮອບດ້ານຂອງນັກສຶກສາຜ່ານກິດຈະກຳນອກຫຼັກສູດ ເຊັ່ນ: ກິລາ, ສິລະປະ-ວັນນະຄະດີ ແລະ ການອອກແຮງງານ.
ຮຽນວິຊາຊີບ ຫາວຽກເຮັດໄດ້ງ່າຍ ລາຍໄດ້ດີມີສີມື
ວິລະພົງ ສີບຸນເຮືອງ
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ໃນສົກຮຽນນີ້ ມີພະນັກງານຄູ - ອາຈານລັດຖະກອນສົມບູນປະຈຳການທັງໝົດ 120 ຄົນ, ຍິງ 52 ຄົນ, ໃນນີ້ສາມາດແຍກຕາມວຸດທິການສຶກສາ ໄດ້ດັ່ງນີ້:
ວິໄສທັດ ( VISION )
ສ້າງ ແລະ ພັດທະນາ ບຸກຄະລາກອນວິຊາຊີບໃຫ້ເປັນພົນລະເມືອງດີມີຄຸນນະພາບສອດຄ່ອງກັບການພັດທະນາ ເສດຖະກິດສັງຄົມ ໃນແຕ່ລະໄລຍະ ທັງພາຍໃນ ແລະ ພາກພື້ນ.
ພາລະກິດ ( Mission)
- ຍົກລະດັບທາງດ້ານການເມືອງ – ແນວຄິດ, ວິຊາສະເພາະ, ວິຊາຄູ ແລະ ພາສາຕ່າງປະເທດໃຫ້ແກ່ພະນັກງານຄູ – ອາຈານມີປະສົບການສູງຂຶ້ນ.
- ພັດທະນາລະບົບການບໍລິຫານ ແລະ ການຄຸ້ມຄອງ ໂດຍການນໍາໃຊ້ລະບົບ ICT.
- ພັດທະນາຫຼັກສູດການຮຽນ – ການສອນ ຢ່າງເປັນລະບົບເພື່ອຊ່ວຍສ້າງຜະລິດຕະພັນ ແລະ ສົ່ງເສີມການສ້າງນະວັດຕະກໍາໃຫ້ເປັນທີ່ ຍອມ ຮັບທັງພາຍໃນ ແລະ ພາກພື້ນ.
- ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ, ສິ່ງແວດລ້ອມໃຫ້ໄດ້ຕາມຫຼັກ 5 ສໍ ອາຊີວະສຶກສາ.
- ສ້າງເຄືອຂ່າຍຄວາມຮ່ວມມືກັບສະຖານປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂອກາດທາງດ້ານ ການສຶກສາວິຊາຊີບຢ່າງກ້ວາງຂວາງ.
ປັດຊະຍາຂອງພວກເຮົາ
…
