ກິດຈະກຳນອກຫຼັກສູດ ກິລາ (Sports)ພວກເຮົາສົ່ງເສີມໃຫ້ນັກສຶກສາມີສ່ວນຮ່ວມໃນກິດຈະກຳກິລາ ເພື່ອສ້າງເສີມສຸຂະພາບທີ່ແຂງແຮງ, ຮຽນຮູ້ການເຮັດວຽກເປັນທີມ ແລະ ສ້າງນ້ຳໃຈນັກກີລາ. ກິດຈະກຳເຫຼົ່ານີ້ຊ່ວຍໃຫ້ນັກສຶກສາຜ່ອນຄາຍຈາກການຮຽນ ແລະ ພັດທະນາທັກສະທາງສັງຄົມ. ສິລະປະ - ວັນນະຄະດີ (Arts - Literature)ວິທະຍາໄລເປີດໂອກາດໃຫ້ນັກສຶກສາໄດ້ສະແດງອອກທາງດ້ານຄວາມຄິດສ້າງສັນ ແລະ ພອນສະຫວັນຜ່ານກິດຈະກຳສິລະປະ ແລະ ວັນນະຄະດີ. ນີ້ຄືພື້ນທີ່ສໍາລັບການເສີມສ້າງຈິນຕະນາການ ແລະ ທັກສະການສື່ສານທີ່ຊ່ວຍເພີ່ມຄຸນຄ່າໃຫ້ກັບນັກສຶກສາວິຊາຊີບ. ອອກແຮງງານ (Labor Activities)ກິດຈະກຳອອກແຮງງານ ເປັນສ່ວນໜຶ່ງໃນການປູກຝັງຄວາມຮັບຜິດຊອບ, ຄວາມດຸໝັ່ນ ແລະ ການມີສ່ວນຮ່ວມໃນການພັດທະນາສະພາບແວດລ້ອມຂອງວິທະຍາໄລ. ກິດຈະກຳເຫຼົ່ານີ້, ຄຽງຄູ່ກັບສິ່ງອຳນວຍຄວາມສະດວກຄົບຊຸດເຊັ່ນ: ຫໍພັກ, ຫ້ອງສະໝຸດ, ແລະ ໂຮງຝຶກປະຕິບັດ , ລ້ວນແລ້ວແຕ່ເປັນການຕອກຢ້ຳຄຳຂວັນຂອງພວກເຮົາທີ່ວ່າ: “ຮຽນວິຊາຊີບ ຫາວຽກເຮັດໄດ້ງ່າຍ ລາຍໄດ້ດີມີສີມື”. ພາບກິດຈະກຳ ????? Photo_by_Somxai_NKPT