ໂອກາດດີສຳລັບພະນັກງານ, ທະຫານ, ຕຳຫຼວດ ແລະ ສິດເກົ່າ ທີ່ຕ້ອງການຍົກລະດັບຄວາມຮູ້! ພວກເຮົາເປີດຮັບສະໝັກນັກສຶກສາເຂົ້າຮຽນໃນລະບົບ ຊັ້ນສູງຕໍ່ເນື່ອງ (12+2+1) ສົກຮຽນ 2025-2026 ໃນ ສາຂາວິຊາ: ສາຂາ ຊ່າງຈອດ ແລະ ທໍ່ນ້ຳ
ກຳນົດການ:
ເປີດຮັບສະໝັກ: 26 ມັງກອນ 2026 – 20 ມີນາ 2026
ເລີ່ມເຂົ້າຮຽນ: 04 ມີນາ 2026 ເປັນຕົ້ນໄປ
ເວລາຮຽນ: ວັນເສົາ – ອາທິດ
ເອກະສານທີ່ຕ້ອງກຽມ:
ສຳເນົາບັດປະຈຳຕົວ ຫຼື ສຳເນົາສຳມະໂນຄົວ
ສຳເນົາໃບປະກາສະນີຍະບັດຊັ້ນກາງ (ຕົວຈິງ)
ຊີວະປະຫວັດ
ຮູບຖ່າຍ 2×3 (2 ແຜ່ນ)
ສະຖານທີ່: ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ (ບ້ານຄອຍ, ນະຄອນ-ຫຼວງພະບາງ)
ສອບຖາມຂໍ້ມູນເພີ່ມເຕີມ: 020 9415 6965, 020 5468 8868
ເວັບໄຊ: www.ltvc.edu.la

