ມາແລ້ວ! ປຶ້ມແນະນຳວິທະຍາໄລ ປະຈຳສົກຮຽນ 2025-2026 (School Profile 2025-2026)
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ (LTVC) ພູມໃຈນຳສະເໜີຂໍ້ມູນພາບລວມຂອງສະຖາບັນ ເພື່ອໃຫ້ທຸກທ່ານໄດ້ຮູ້ຈັກພວກເຮົາຫຼາຍຂຶ້ນ! ດ້ວຍປະສົບການການສ້າງບຸກຄະລາກອນມາຕັ້ງແຕ່ປີ 1980 ພວກເຮົາຕັ້ງໜ້າພັດທະນາການສຶກສາເພື່ອຕອບສະໜອງຄວາມຕ້ອງການຕະຫຼາດແຮງງານ ພາຍໃຕ້ວິໄສທັດການກ້າວໄປສູ່ການເປັນ Smart City ຂອງແຂວງຫຼວງພະບາງ.

ຈຸດເດັ່ນຂອງວິທະຍາໄລພວກເຮົາ:

ຫຼັກສູດຫຼາກຫຼາຍ ຕອບໂຈດຍຸກໃໝ່: ເປີດສອນຫຼາຍສາຂາວິຊາຊີບ ກວມເອົາ ຫຼັກສູດສັ້ນ ແລະ ຫຼັກສູດໄລຍະຍາວ ທັງໃນພາກວິຊາອຸດສາຫະກຳ, ເຕັກໂນໂລຊີໄຟຟ້າ, ບໍລິການ-ທຸລະກິດ, ບໍລິການໂຮງແຮມ-ທ່ອງທ່ຽວ ແລະ ກໍ່ສ້າງ-ເຄຫາສະຖານ.

ສິ່ງອຳນວຍຄວາມສະດວກຄົບຄັນ: ຫ້ອງຮຽນທັນສະໄໝພ້ອມ Smart Boards, ຫ້ອງຝຶກພາກປະຕິບັດຕົວຈິງໃນທຸກສາຂາ, ຫໍສະໝຸດ, ພື້ນທີ່ສີຂຽວ (Green TVET), ຫໍພັກນັກສຶກສາ ແລະ ເດີ່ນກິລາ.

ການຮ່ວມມືລະດັບສາກົນ: ມີການຮ່ວມມືກັບອົງການຈັດຕັ້ງສາກົນ, ສະຖານປະກອບການທັງພາຍໃນ ແລະ ພາຍນອກ ພ້ອມທັງມີນະໂຍບາຍທຶນການສຶກສາ ແລະ ສະໜອງເບ້ຍລ້ຽງສຳລັບນັກສຶກສາ.

ການປະກັນຄຸນນະພາບ: ໄດ້ຮັບລາງວັນ ASEAN Business Award 2022 ແລະ ຜ່ານການປະເມີນຄຸນນະພາບການສຶກສາ (QA) ພາຍໃນ ດ້ວຍຄະແນນສູງເຖິງ 83.33%.
ຮຽນວິຊາຊີບທີ່ LTVC, ເນັ້ນການລົງມືປະຕິບັດຕົວຈິງ ຈົບມາແລ້ວມີວຽກເຮັດງານທຳແນ່ນອນ!