ປະຫວັດຄວາມເປັນມາຂອງວິທະຍາໄລ

image
box
   
 ໃນອະດີດ​ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ​ແຫ່ງ​ນີ້​ມີ​ຊື່ວ່າ: ໂຮງຮຽນມັດທະຍົມ​ແບບ​ປະສົມ​ຟ້າ​ງຸ່ມ 4 ຫຼວງ​ພະ​ບາງ ​ເຮັດ​ໜ້າ​ທີ່​ການ​ສອນ​ການ​ຮຽນ​ຢູ່​ໃນ 4 ສາຂາ​ວິຊາ​​ຄື: ​ກະ​ເສດ​ສາດ,​ເຄຫະ​ກຳສິນ,​ອຸດສາຫະກຳ​ສິນ,ພານິດ​ສະ​ກຳສິນ ໂຮງຮຽນຫລັງດັ່ງກ່າວ ໄດ້ຮັບການສ້າງຕັ້ງຂື້ນໃນປີ 1968 ແລະ ໄດ້ດຳເນີນການຮຽນ-ການສອນ ຈົນ​ເຖິງ ປີ 1975 ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍອອກຈາກແອກຄອບຄອງຂອງພວກຈັກກະພັດອາເມລິກາ ແລະໄດ້ສະຖາປານາປະເທດຊາດ ມາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີການປັບປຸງ ຂະຫຍາຍຕາໜ່າງການສຶກສາ ເພື່ອເຮັດໃຫ້ລູກຫລານ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາຮໍ່າຮຽນໂດຍທົ່ວເຖິງ ຍ້ອນມີຄວາມຈຳເປັນດັ່ງກ່າວຈຶ່ງໄດ້ມີການປ່ຽນມາເປັນ ໂຮງຮຽນມັດທະຍົມສາມັນສຶກສາ ໄດ້ດຳເນີນການຮຽນ-ການສອນຈົນມາເຖີງປີ 1978 ຈຶ່ງໄດ້ປ່ຽນເປັນໂຮງຮຽນສ້າງຄູຊັ້ນຕົ້ນຂອງແຂວງຫຼວງພະບາງ,ເຮັດໜ້າທີກໍ່ສ້າງຄູຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາການສຶກສານັບແຕ່ຂັ້ນແຂວງລົງເຖິງຂັ້ນທ້ອງຖິ່ນໃຫ້ທົ່ວເຖິງ.


   ມາເຖີງປີ 1980 ​ປະເທດຊາດໄດ້ຮັບການພັດທະນາ, ທາງດ້ານເສດຖະກິດສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຄວາມຕ້ອງການຂອງຕະຫລາດແຮງງານເພີ້ມຂຶ້ນ,ມີຄວາມຈຳເປັນໃນການຝຶກອົບຮົມວິຊາຊີບ,ກໍ່ສ້າງນາຍຊ່າງທີ່ມີສີມື ຕອບສະໜອງໃຫ້ແກ່ວຽກງານການພັດທະນາເສດຖະກິດສັງຄົມໃຫ້ມີຄວາມເໝາະສົມໃນແຕ່ລະໄລຍະດັ່ງນັ້ນຈຶ່ງ​ຫັນ​ເອົາໂຮງຮຽນສ້າງຄູຊັ້ນຕົ້ນແຂວງຫຼວງພະບາງ ປ່ຽນ​ມາເປັນໂຮງຮຽນການຊ່າງຊັ້ນຕົ້ນຂອງແຂວງ ຫຼວງພະບາງ ເປີດສອນໃນຫຼັກສູດລະບົບ 8 + 2 ປະກອບ​ມີ: ພະ​ແນ​ກຊ່າງກໍ່ສ້າງ, ພະ​ແນ​ກ ຊ່າງ​ໄມ້, ພະ​ແນ​ກ ຄຸ້ມ​ຄອງ​ຫ້ອງການ​ແລະ ພະ​ແນກຕັດຫຍິບ.ໃນສົກຮຽນ 1997 – 1998 ​ໄດ້​ມີ​ການ​ພັດທະນາ​ຫຼັກສູດ ຈາກ​ລະບົບ 8+2 ມາ​ເປັນ ລະບົບ 8+3 ປະກາສະ​ນິຍະ​ບັດ​ວິຊາ​ຊີບ​ຊຳນານ​ງານ (ປວຊ) ​ແລະ​ໄດ້​ຈັດການ​ຮຽນ-ການ​ສອນ​ຈົນ​ເຖີງສົກຮຽນ 2000 - 2001. ​​ໃນ​ສົກຮຽນ 2001-2002 ​ພວກ​ເຮົາ​ກໍ່​ໄດ້ປ່ຽນ​ຊື່ຈາກ​ໂຮງຮຽນ​ການ​ຊ່າງ​ຊັ້ນ​ຕົ້ນ​ແຂວງ​ຫຼວງ​ພະ​ບາງ ມາ​ເປັນ​ໂຮງຮຽນ​ເຕັກນິກ - ​ວິຊາ​ຊີບ​ຫຼວງ​ພະ​ບາງ ໄດ້ຂະຫຍາຍວິຊາສະເພາະ​ເພີ້​ມຕື່ມໄດ້​ແບ່ງ​ອອກ​ເປັນ 2 ລະບົບ ຄື: ລະບົບ 8+3 ( ປວຊ ) ​ແລະ ລະບົບ ​11+2 ( ປຊຕ ) ປະກາສະນິຍະບັດວິຊາຊີບເຕັກນິກ. ມາ​ຮອດ​ປີ 2007-2008​ໄດ້​ມີ​ການ​ປັບປຸງ​ຫຼັກສູດ​ໃໝ່ ​ແລະ ຍົກ​ລະດັບ​ມາ​ເປັນ 11+2+1 ( ປວສ ) ປະກາສະນິຍະບັດວິຊາຊີບຊັ້ນສູງ.​ເປັນ​ຊັ້ນ​ສູງ​ລະບົບ​ຕໍ່​ເນື່ອງ​ແລະ ລະບົບ 11+2+1.5 ; 11+2+2 ຊັ້ນ​ສູງ​ລະບົບ​ເຊື່ອມ​ຕໍ່, ດຳ​ເນີນ​ການ​ຮຽນ-ການ​ສອນ​ໃນ 5 ພະແນກຄື: ພະແນກບໍລິຫານທຸລະກິດ, ພະແນກບໍລິຫານໂຮງແຮມ ແລະ ການທ່ອງ ທ່ຽວ, ພະແນກໄຟ້ຟ້າເຕັກນິກ ແລະ ພະແນກກໍ່ສ້າງເຄຫະສະຖານ ແລະ ສ້າງຄູອາຊີວະສຶກສາ ປີ 2014-2015 ໄດ້ສືບຕໍ່ຂະຫຍາຍຫຼັກສູດລະບົບຊັ້ນສູງ 12+3 ສາຂາວິຊາຄອມພີວເຕີທຸລະກິດ ແລະ ລະບົບ 9+3+2 ສາຂາວິຊາໄຟຟ້າເຕັກນິກ, ສາຂາຊ່າງສ້ອມແປງລົດຍົນ, ສາຂາວິຊາການບັນຊີ ແລະ ສາຂາຊ່າງຈອດ ແລະ ທໍ່ນໍ້າ. ​ຕະຫລອດ​ໄລຍະ​ຜ່ານ​ມາ​ທາງ​ການ​ນຳ​ຂັ້ນ​ເທິງ ​ໂດຍ​ສະ​ເພາະ ກົມ​ອາຊີວະ​ສຶກສາ , ກະຊວງ​ສຶກສາ​ທິການ ​ແລະ ກິລາ ຍາມ​ໃດກໍ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ ນຳພາ ລົງ​ໃກ້ຊິດຕິດ​ແທດ​ຊຸກຍູ້​ສົ່ງ​ເສີມ ​ເພື່ອ​ພັດທະນາ​ວຽກ​ງານ ການ​ຮຽນ-ການ​ສອນ,ການ​ພັດທະນາ​ຫລັກສູດ ​ແລະ ຍົກ​ລະດັບ​ໃຫ້​ແກ່​ພະນັກງານ​ຄູ​ອາຈານ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ​ຂຶ້ນ ​ເລື້ອຍໆ​ແລະ​ກໍ​ມີ​ການ​ພັດທະນາ​ມາ​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ ມາ​ເຖີງສົກຮຽນ 2015 ຈົນໄດ້ຮັບການຮັບຮອງຈາກກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໃຫ້ຍົກ​ລະດັບ ຈາກ​ໂຮງຮຽນ​ເຕັກນິກ-ວິຊາ​ຊີບ​ຫລວງ​ພະ​ບາງ​ມາ​ເປັນ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ ໃນວັນທີ່ 21 ກໍລະກົດ 2015. ປີ 2018- 2019 ໄດ້ເປີດສອນຫຼັກສູດໃໝ່ ອິກຕື່ມ 03 ຫຼັກສູດ ມີລາຍລະ ດັ່ງນີ້: ສາຂາ ການບໍລິການໂຮງແຮມ , ໃນລະບົບ ຊັ້ນກາງ 12+2,ສາຂາ ເລຂານຸການ, ໃນລະບົບ ຊັ້ນສູງ 12+3 , ສາຂາ ສ້ອມແປງ ແລະ ຕິດຕັ້ງເຄື່ອງເຢັນ - ເຄື່ອງປັບອາກາດ ໃນລະບົບ ຊັ້ນສູງ 12+3 , ແລະ ໄດ້ເປີດສອນຫຼັກສູດໄລະຍະສັ້ນ ໃນ ລະດັບ C2 (ໄລຍະ 03 ເດືອນ) ມີ: ຊ່າງຕັດຫຍິບ, ປຸງແຕ່ງອາຫານ, ກໍ່ສ້າງ, ຊ່າງໄມ້, ປີ 2020-2021 ໄດ້ເປີດສອນຫຼັກສູດໃໝ່ອິກໃນລະບົບຊັ້ນສູງ ແລະ ຊັ້ນກາງ ມີ 02 ສາຂາຄື: ສາຂາ ການຕະຫຼາດ ໃນລະບົບ ຊັ້ນສູງ 12+3, ການບໍລິການໂຮງແຮມ ໃນລະບົບ ຊັ້ນກາງ 9+3

   ປັດຈຸບັນ​ວິທະຍາໄລ​ເຕັກນິກ-ວິຊາ​ຊີບ​ຫລວງ​ພະ​ບາງ ​ປະກອບມີ 3 ພະແນກການທີ່​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ ຄະນະ​ອຳນວຍ​ການ​ໃນ​ການ​ບໍລິຫານ​ວິທະຍາ​ໄລ ຄື: ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກວິຊາການ, ພະແນກກິດຈະການນັກສຶກສາ ແລະ ປະກອບມີ 5 ພາກວິຊາຄື: ພາກວິຊາບໍລິຫານທຸລະກິດ, ພາກວິຊາເຕັກໂນໂລຊີ​ໄຟຟ້າ, ພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ, ພາກວິຊາກໍ່ສ້າງເຄຫະສະຖານ, ພາກວິຊາອຸດສະຫະກຳ ແລະ ພາກວິຊາວິທະຍາສາດພື້ນຖານ ແລະ 1 ສູນຝືກອົບຮົມຄື: ສູນຝຶກອົບຮົມບໍລິຫານໂຄງແຮມ ແລະ ການທອງທຽວ.
Scroll to Top