ສ້າງ ແລະ ພັດທະນາ ບຸກຄະລາກອນວິຊາຊີບ ໃຫ້ເປັນພົນລະເມືອງດີ ມີຄຸນນະພາບ ສອດຄ່ອງກັບການພັດທະນາ ເສດຖະກິດສັງຄົມ ໃນແຕ່ລະໄລຍະ ທັງພາຍໃນ ແລະ ພາກພື້ນ.
1. ຍົກລະດັບທາງດ້ານການເມືອງ - ແນວຄິດ, ວິຊາສະເພາະ, ວິຊາຄູ ແລະ ພາສາຕ່າງປະເທດໃຫ້ແກ່ພະນັກງານຄູ - ອາຈານມີປະສົບການສູງຂຶ້ນ.
2. ພັດທະນາລະບົບການບໍລິຫານ ແລະ ການຄຸ້ມຄອງ ໂດຍການນໍາໃຊ້ລະບົບ ICT.
3. ພັດທະນາຫຼັກສູດການຮຽນ - ການສອນ ຢ່າງເປັນລະບົບເພື່ອຊ່ວຍສ້າງຜະລິດຕະພັນ ແລະ ສົ່ງເສີມການສ້າງນະ - ວັດຕະກໍາໃຫ້ເປັນທີ່
ຍອມຮັບທັງພາຍໃນ ແລະ ພາກພື້ນ.
4. ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ, ສິ່ງແວດລ້ອມໃຫ້ໄດ້ຕາມຫຼັກ 5 ສໍ ອາຊີວະສຶກສາ.
5. ສ້າງເຄືອຂ່າຍຄວາມຮ່ວມມືກັບສະຖານປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂອກາດທາງດ້ານ ການສຶກສາວິຊາຊີບຢ່າງກ້ວາງຂວາງ
.
ປັດຊະຍາຂອງວິທະຍາໄລ ( PHILOSOPHY )
“ ສາມັກຄີເປັນປຶກແຜ່ນ ກໍາແໜ້ນແນວທາງ ສ້າງຄົນໃຫ້ມີທັກສະສີມື ຍຶດຖືຄຸນນະທໍາ ນໍາວິຊາຄວາມຮູ້ ເຂົ້າສູ່ການ
ພັດທະນາໃຫ້ເກີດປະສິດທິຜົນ ນໍາກໍາລັງພົນເຂົ້າສູ່ປະຊາຄົມເສດຖະກິດອາຊ່ຽນ ”
.
“ ສ້າງວິທະຍາໄລໃຫ້ໂດດເດັ່ນ ເນັ້ນທັກສະສີມື ຍຶດຖືຄຸນນະທຳ ”
.