ພະແນກກິດຈະການນັກສຶກສາ
ພາລະບົດບາດ
1) ວຽກງານຄຸ້ມຄອງທະບຽນນັກສຶກສາ ແລະ ນັກສຶກສາ
- ສ້າງລະບົບຄຸ້ມຄອງການລົງທະບຽນຂອງນັກຮຽນ-ນັກສຶກສາ, ຖານຂໍ້ມູນ, ສະຖິຕິ, ປ້ອນຂໍ້ມູນຢ່າງລະອຽດ, ຊັດເຈນ, ວ່ອງໄວ ແລະ ທັນສະໄໜ.
- ແນະນຳ, ຕິດຕາມ ແລະ ກວດກາການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາ ທັງໃນ ແລະ ນອກວິທະ ຍາໄລ.
- ສົມທົບກັບພາກວິຊາ ເພື່ອຄົ້ນຄວ້າແຕ່ງຕັ້ງຄູທີປຶກສາ(ຄູປະຈຳຫ້ອງ), ຄະນະຊັ້ນ, ຄະນະຫ້ອງ ແລະ ວຽກງານປະຊາສຳພັນ ກັບຜູ້ປົກຄອງນັກຮຽນ-ນັກສຶກສາ.
- ອອກບັດນັກສຶກສາ, ເລກປະຈຳຕົວຕາມການຂຶ້ນທະບຽນເປັນນັກສຶກສາ ແລະ ການພົ້ນພາວະນັກສຶກສາ ໃຫ້ຖືກຕ້ອງຕາມລະບຽບຫລັກການ.
- ເຜີຍແຜ່, ປະຖົມນິເທດ,ໂຄສະນາທຸກຂໍ້ມູນ-ຂ່າວສານ ໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ປົກຄອງຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ.
- ສັງລວມຄະແນນຄຸນສົມບັດ ແລະ ການຂາດຮຽນຂອງນັກສຶກສາທຸກໆ ສາຂາວິຊາ ແຕ່ລະພາກຮຽນ
- ຄຸ້ມຄອງເອກະສານນັກຮຽນ-ນັກສຶກສາ ເຊັ່ນ: ໜັງສືສະເໜີ, ລາພັກ, ໂຈະການຮຽນ, ເຈັບປ່ວຍ ມີວຽກຈຳເປັນທາງຄອບຄົວ, ວຽກງານລັດຖະກອນ ແລະ ອື່ນໆ…
2) ຄຸ້ມຄອງວຽກງານການເຄື່ອນໄຫວນອກຫລັກສູດ ແລະ ສະໂມສອນ
- ສ້າງແຜນການເຄື່ອນໄຫວນອກຫລັກສູດ ແລະ ວຽກງານສະໂມສອນໃນແຕ່ລະເດືອນ, ພາກຮຽນ ແລະ ສົກຮຽນ.
- ສ້າງຕັ້ງສະມາຄົມນັກສຶກສາ.
- ຈັດຕັ້ງການເຄື່ອນໄຫວກິລາ,ສິລະປະວັນນະຄະດີ,ຂ່າວສານ,ຕິດຕາມກວດກາສະພາບແວດລ້ອມ ໂດຍມີຂະບວນການແຂ່ງຂັນ ໃນແຕ່ລະພາກຮຽນ ແລະ ສົກຮຽນ.
- ຈັດຕັ້ງນັກຮຽນ-ນັກສຶກສາທັງໃນ ແລະ ນອກຫໍພັກໄດ້ເຄື່ອນໄຫວກິດຈະກຳຕ່າງໆເຊັ່ນ: ຕ້ານປະກົດການ ຫຍໍ້ທໍ້ ໃນສັງຄົມ ແລະ ການຊ່ວຍເຫລືອສັງຄົມເປັນປົກກະຕິ.
- ຮ່ວມກັບສຳນັກງານ ແລະ ອົງການຈັດຕັ້ງສາກົນຕ່າງໆ ຈັດຕັ້ງການເຄື່ອນໄຫວກິດຈະກຳດ້ວຍຮູບການ ສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ.
- ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດແຜນການ ເປັນປົກກະຕິ.
3) ວຽກງານແນະນໍາວິຊາຊີບ ແລະ ການປະກອບອາຊີບ
- ສ້າງລະບົບແນະນຳວິຊາຊີບໃຫ້ແກ່ນັກຮຽນມັດທະຍົມສຶກສາ ແລະ ກຸ່ມເປົ້າໜາຍທີ່ສົນໃຈຕາມສາຂາວິຊາ ຊີບ ທີ່ມີຢູ່ໃນວິທະຍາໄລ.
- ວິໄຈຂໍ້ມູນຄວາມຕ້ອງການແຮງງານ ໃນສາຂາອາຊີບຕ່າງໆ ຮ່ວມກັບກຸ້ມອາຊີບ.
- ສ້າງໂຄງການຊ່ວຍເຫລືອ ແລະ ໃຫ້ຄຳປຶກສາ ຊອກວຽກເຮັດງານທຳ ໃຫ້ຜູ້ຮຽນຈົບຮ່ວມມືກັບພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຖານປະກອບການ ແລະ ພາກສ່ວນ ທຸລະ ກິດ ອື່ນໆ…
- ສຶກສາເບິ່ງຈຸດດີ ແລະ ຂໍ້ບົກຜ່ອງຂອງຜູ້ຮຽນຈົບໃນເວລາສາຂາວິຊາຊີບຕ່າງໆ.
4) ຄຸ້ມຄອງວຽກງານຕິດຕາມອາດີດນັກຮຽນ ແລະ ນັກສຶກສາ ແລະ ຜູ້ຮຽນຈົບ
- ສ້າງແຜນການຄຸ້ມຄອງລະບົບການຕິດຕາມຜູ້ຮຽນຈົບ, ອາດີດນັກສຶກສາແຕ່ລະລຸ້ນ, ແຕ່ລະພາກວິຊາ ໃນແຕ່ລະສົກຮຽນຢ່າງເປັນປົກກະຕິໂດຍນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍ.
- ສ້າງຖານຂໍ້ມູນການຕິດຕາມຜູ້ຮຽນຈົບ ແລະ ຕິດຕາມອາດີດນັກສຶກສາແຕ່ລະລຸ້ນ ຢ່າງຕໍ່ເນື່ອງ.
- ສ້າງແບບຟອມ ເກັບກຳ - ສັງລວມຂໍ້ມູນເພື່ອປະເມີນ ແລະ ວິເຄາະຜົນການຕິດຕາມຜູ້ຮຽນຈົບ ແລະ ອາດີດນັກສຶກສາແຕ່ລະລຸ້ນ ເປັນບົດລາຍງານຂໍ້ມູນ-ຂ່າວສານ.
- ຂຶ້ນແຜນງົບປະມານລົງຕິດຕາມນັກສຶກສາທີ່ຮຽນຈົບ.
5) ຄຸ້ມຄອງວຽກງານ ນະໂຍບາຍ ແລະ ສະຫວັດດີການ ນັກຮຽນ ແລະ ນັກສຶກສາ.
- ຄົ້ນຄວ້າສ້າງນິຕິກຳໃນການຄຸ້ມຄອງກອງທຶນສະຫວັດດີການໃຫ້ຮັບປະກັນ ແລະ ເກີດປະໂຫຍດສູງສຸດ
- ຄົ້ນຄວ້າສ້າງໂຄງການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງນັກສຶກສາດ້ວຍກັນ ທາງດ້ານການສົ່ງເສີມ.ສຸຂະພາບ ແລະ ຮັບປະກັນຄຸນນະພາບຂອງວຽກງານການຮຽນ-ການສອນ.
- ສ້າງແຜນການຄຸ້ມຄອງວຽກງານສະຫວັດດີການນັກຮຽນ-ນັກສຶກສາ, ໂດຍສົມທົບກັບກອງທຶນສະຫວັດດີການຂອງວິທະຍາໄລ.
- ສະຫຼຸບສັງລວມການນໍາໃຊ້ເງິນສະຫວັດດີການເປັນເດືອນ, ພາກຮຽນ ແລະ ເປັນສົກຮຽນ.
6) ຈັດຕັ້ງປະຕິບັດຫຼັກສູດ ວິຊາ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.
- ສ້າງແຜນ ແລະ ຈັດຕັ້ງປະຕິບັດຕາມແຜນປະຕິທິນການສຶກສາ ຂອງວິທະຍາໄລ.
- ຂຽນໂຄງການເພື່ອຂໍງົບປະມານຮັບໃຊ້ການເຝິກອົບຮົມຕາມຄວາມເໝາະສົມ.
- ສ້າງແຜນຈັດຕັ້ງປະຕິບັດຕົວຈິງ ( ແຜນຄົນ, ແຜນວຽກ, ແຜນເງິນ ແລະ ແຜນການເຄື່ອນໄຫວ)ໂດຍສົມທົບກັບພາກສ່ວນ ປກສ, ປກຊ ຂອງແຂວງ.
- ສະຫລຸບລາຄາຜົນການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບ.
7) ຄຸ້ມຄອງວຽກງານຫໍພັກ ແລະ ຫໍອາຫານ.
- ສ້າງແຜນການຄຸ້ມຄອງວຽກງານຫໍພັກ-ຫໍອາຫານ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບສະເພາະຢ່າງເປັນລະບົບ.
- ຈັດຕັ້ງປະຕິບັດແຜນການ ຂອງຄະນະຫໍພັກ-ຫໍອາຫານຢ່າງເປັນປົກກະຕິ ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດເປັນປະຈຳອາທິດ, ປະຈຳ ເດືອນ, ພາກຮຽນ ແລະ ສົກຮຽນ.
- ຂຶ້ນແຜນເຝິກອົບຮົມຍົກລະດັບວຽກງານຄຸ້ມຄອງໃຫ້ແກ່ຄະນະຮັບຜິດຊອບ ຫໍພັກ-ຫໍອາຫານ.
- ຈັດຕາຕະລາງເຄື່ອນໄຫວກິດຈະກຳຫໍພັກ, ການປ້ອງກັນເວນຍາມ, ວຽກງານສະໂມສອນ, ການປະກອບສ່ວນ ຊ່ວຍເຫລືອສັງຄົມ ແລະ ສະຫວັດດີການຫໍພັກ.
- ຈັດຕັ້ງນຳພາ ນັກຮຽນ-ນັກສຶກສາ ຢູ່ໃນຫໍພັກໄດ້ເຄື່ອນໄຫວກິດຈະກຳຕ່າງໆເຊັ່ນ: (ຫັດກາຍຍະບໍລິຫານ, ກິລາ,ວັນນະຄະດີ,ອອກແຮງງານ,ອະນາໄມຂອບເຂດຮັບຜິດຊອບ ແລະ ຕິດຕາມກວດຢ່າງເປັນປົກກະຕິ.
- ຈັດຕັ້ງໜ່ວຍບຳລຸງຮັກສາ ແລະ ສ້ອມແປງນ້ອຍພາຍໃນຫໍພັກ, ເພື່ອຮັບປະກັນການນຳໃຊ້ວັດຖູອຸປະກອນ, ອາຄານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ມີປະສິດທິຜົນສູງສຸດ.
- ເອົາໃຈໃສ່ຄຸ້ມຄອງວຽກງານການເງິນ ( ທີ່ກ່ຽວຂ້ອງກັບຫໍພັກ-ຫໍອາຫານ ) ແລະ ນຳໃຊ້ຢ່າງຖືກຕ້ອງຕາມລະ ບຽບຫລັກການ.
- ສະຫລຸບສັງລວມລາຍຮັບ-ລາຍຈ່າຍຂອງຫໍພັກ-ຫໍອາຫານ ປະຈຳອາທິດ, ເດືອນ, ພາກຮຽນ.
8) ປະຕິບັດວຽກງານອື່ນໆຕາມການມອບໜາຍຂອງຜູ້ອໍານວຍການ.