ປະເມີນບັນດາເປົ້າໝາຍທີ່ນອນຢູ່ໃນ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ

ເພື່ອປະຕິບັດ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 292/ຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານ ສ້າງແຜນພັດທະນາພະນັກງານນຳພາ-ຄຸ້ມຄອງ. ໃນຕອນບ່າຍຂອງວັນທີ 21 ມີນາ 2023 ທີ່ຜ່ານມາ, ວິທະຍາໄລເຕັກນິກ-ວິຊາຊີບ ໄດ້ໄຂກອງປະຊຸມປະເມີນບັນດາເປົ້າໝາຍທີ່ນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ(ຂັ້ນແຂວງຄຸ້ມຄອງ) ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ຂື້ນທີ່ຫ້ອງປະຊຸມຂອງວິທະຍາໄລ ໃຫ້ກຽດເປັນປະທານຂອງ ທ່ານ ໜູພັນ ອູສາ ສະມາຊິກສະພາແຫ່ງຊາດຊຸດທີ 9, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປະລິນຍາເອກ ຄໍາຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ທ່ານ ບຸນປັນ ທຳມະລັງກາ  ເລຂາຄະນະພັກຮາກຖານວິທະຍາໄລ, ທ່ານ ວຽງທອງ ພັນທະຈັກ ຫົວໜ້າພະແນກຄຸ້ມຄອງບຸກຄະລະກອນກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນ ແລະ ແຂກຖືກເຊີນເຂົ້າຮ່ວມຈຳນວນ 41 ທ່ານ, ຍິງ 14 ທ່ານ.

ຈາກນັ້ນ, ທ່ານ ເລຂາຄະນະພັກຮາກຖານວິທະຍາໄລກໍ່ໄດ້ຂື້້ນລາຍງານການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 1ປີ, ຜ່ານມະຕິຂອງກົມການເມືອງສູນກາງພັກ ເລກທີ 292/ກມສພ, 032/ກມສພ ແລະ 030/ ກມສພ. ປະທານໄດ້ມີຄຳເຫັນໂອ້ລົມ ແລະ ແຍກຢາຍບັດທາບທາມ, ແນະນຳ, ສັງລວມຄະແນນປິດລັບ ແລະ ລາຍງານຜົນຂອງການລວມຄະແນນທາບທາມ. ກອງປະຊຸມແມ່ນໄດ້ດຳເນີນ ແລະ ຈົບລົງດ້ວຍບັນຍາກາດອັນດີ, ມິດຕະພາບ ແລະ ຄວາມສາມັກຄີ.

ຂຽນຂ່າວໂດຍ: ສົມຈິດ ໄຊຍະຜົນ

Leave a Reply

Your email address will not be published. Required fields are marked *

Scroll to Top